ຂໍ້ດີແລະຂໍ້ເສຍຂອງການເຮັດການຕະຫລາດດວ້ຍ EMAIL

ຂໍ້ດີແລະ ຂໍ້ເສຍຂອງການເຮັດການຕະລາດດວ້ຍ Email

ຂໍ້ດີ ແລະ ຂໍ້ເສຍຂອງການເຮັດການຕະຫຼາດທາງ Email ການເຮັດການຕະຫຼາດທາງ Email ນັ້ນອັນດັບທຳອິດເຮົາຕ້ອງເຂົ້າໃຈກອ່ນວ່າ ເປັນການເຮັດການຕະຫຼາດສະເພາະກຸ່ມ ທີ່ອາດຈະບໍ່ເອື້ອອຳນວຍ ແລະ ຕອບໂຈດໃນສີ່ງທີ່ເຮົາຕ້ອງການ. ຫຼື ຜົນຕອບຮັບໄດ້ຫຼາຍເທົ່າທີ່ຄວນ ເນື່ອງຈາກວ່າຫຼາຍຄົນບໍ່ມີການໃຊ້ Email ເພື່ອເປັນການສື່ສານໃນຊີວິດປະຈຳວັນ ລວມໄປເຖືງບາງຄວາມຮູ້ສືກທີ່ເຮັດທີ່ເຮັດໃຫ້ຍາກຕໍ່ການໃຊ້ງານອີກດວ້ຍ.

ດັ່ງນັ້ນເຮົາຈຶ່ງຄວນໃຫ້ຄວາມຈຳເປັນ ແລະ ເຮັດຄວາມເຂົ້າໃຈວ່າການຕະຫຼາດໃນຮູບແບບນີ້ອາດຈະເຮັດໃຫ້ບໍ່ຕອບໂຈດ ແລະ ເຂົ້າເຖືງທຸກຄົນໄດ້ ແລະ ຄວນອ່ານພຶດຕິກຳ ຂອງລູກຄ້າລວມໄປເຖືງຜູ້ທີ່ມີການໃຊ້ງານໃນຊ່ອງທາງເຫຼົ່ານີ້ວ່າມີຄວາມຕ້ອງການໄປໃນທິດທາງໃດ.

ບົດຄວາມໃນມື້ນີ້ຈະມາເວົ້າກ່ຽວກັບຂໍ້ດີ ແລະ ຂໍ້ເສຍຂອງການເຮັດການຕະຫຼາດດວ້ຍ Email  ແລະຈະມີຂໍ້ມູນຫຍັງແນ່ເຊີນອ່ານກັນໄດ້ເລຍ.

ສຳຫຼັບທຸລະກິດທີ່ມີການເຮັດການຕະຫຼາດດວ້ຍການໃຊ້ Email  Marketing ຫຼື ຜູ້ທີ່ສົນໃຈຢາກຈະໃຊ້ການຕະຫຼາດຈຳ ພວກນີ້ເປັນຊ່ອງທາງໃນການໂປຮໂໝດສິນຄ້າ ແລະ ບໍລິການ ເພື່ອໃຫ້ໄດ້ຜົນຕອບຮັບທີ່ດີ ແລະ ບໍ່ເກີນຄວາມຄາດຫວັງ ກໍ່ຄວນຈະຮັບຮູ້ເຖິງ ຂໍ້ດີ ແລະ ຂໍ້ເສຍໃນການເຮັດການຕະຫຼາດດວ້ຍ Email ເພືອທີ່ວ່າຈະໄດ້ນຳເຂົ້າໄປໃຊ້ໃຫ້ເຂົ້າກັບທຸລະກິດ ແລະ ເລືອກການຕະຫຼາດທີ່ຈະເຮັດໃຫ້ເໝາະສົມກັບຮູບແບບທຸລະກິດຂອງເຮົາ ຫຼາຍທີ່ສຸດນັ້ນເອງ.

ຂໍ້ດີ:                        

ໃຊ້ເງິນໃນການລົງທຶນນ້ອຍ ເມື່ອປ່ຽບທຽບກັບຊ່ອງທາງໃນການຕະຫຼາດຕ່າງໆ ເຊັ່ນ:ໂຄສະນາອອນໄລ໌ ຫຼື ອື່ນໆ ທີ່ເຮົາອາດຄວບຄຸມໄດ້ຍາກຊື່ງແຕກຕ່າງຈາກການໃຊ້ Email  ທີ່ເຮັດໃຫ້ເຮົາສາມາດຄວມຄຸມ ແລະ ຕິດຕາມການໃຊ້ງານຕ່າງໆໄດ້ດີກວ່າ.

ເພາະ  Email   ເຮັດໃຫ້ເຮົາສາມາດເຂົ້າເຖືງກຸ່ມລູກຄ້າໄດ້ຫຼາກຫຼາຍ (ແຕ່ກໍ່ອາດຈະບໍ່ໄດ້ໄປທົ່ວເຖິງ) ດັ່ງນັ້ນການເຮັດການຕະຫຼາດດວ້ຍ Email  ຈຶ່ງສະດວກ ແລະ ງ່າຍຕໍ່ການເຂົ້າເຖຶງລູກຄ້າ ແລະ ຍັງຖືວ່າເປັນການສ້າງໂອກາດໃນການຕະຫຼາດທີ່ເພີ່ມຂື້ນ ແລະ ອາດໄດ້ລູກຄ້າຫຼາກຫຼາຍກູ່ມໃນອະນາຄົດ.

ສາມາດສ້າງສຳພັນກັບຜູ້ບໍລິໂພກຫຼາຍຂື້ນ ແລະ ໃກ້ຊິດຫຼາຍຂື້ນເນື່ອງຈາກເປັນການເຂົ້າເຖືງບຸກຄົນໂດຍຜ່ານ Email ສ່ວນຕົວ ສະເພາະບຸກຄົນ ຈຶ່ງເຮັດໃຫ້ເຂົ້າຫາລູກຄ້າໄດ້ທັນທີ. ປະເມີນຜົນການໃຊ້ງານໄດ້ຈາກ Email ທີ່ເຮົາໄດ້ສົ່ງໄປຫາລູກຄ້າເນື່ອງຈາກວ່າເຮົາສາມາດຮູ້ຂໍ້ມູນໄດ້ຈາກການເປີດອ່ານການກົດເຂົ້າ Link ທີ່ໄດ້ແນບໄປ ເປັນຕົ້ນ ແລະສຳມາດນຳເອົາຂໍ້ມູນເຫຼົ່ານັ້ນມາວິເຄາະ ແລະ ພັດທະນາການຕະຫຼາດໃຫ້ກ້າວໜ້າຕໍ່ໄປໄດ້.

ຂໍ້ເສຍ:

ເປັນປັນຫາ ຂອງຜູ້ທີ່ໃຊ້ງານສ່ວນໃຫ່ຍ ນັ່ນຄື Email ຂອງເຮົານັ້ນເປັນ Email ລົບກວນ ຫລື Email ຂີ້ເຫຍື້ອ (Spam) ເຮັດໃຫ້ບໍ່ເກີດການສົນໃຈໃນ Email ທີ່ເຮົາໄດ້ສົ່ງໄປ. ຜົນຕອບຮັບຂອງ Email ບາງສວ່ນບໍ່ໄດ້ດີເທົ່າທີຄວນ.

ຕົວຢ່າງ: ບໍ່ມີການເປີດອ່ານ ບໍ່ໄດ້ຮັບຄວາມສົນໃຈ ຫຼື ມີການເປິດອ່ານລວມໄປເຖຶງຍອດໃນການກົດຜ່ານໂຄສະນາ (CTR) ທີ່ຂ້ອນຂ້າງຕ່ຳເປັນຕົ້ນ.ຫາກເບິ່ງເຖິງຂໍ້ດີ ແລະ ຂໍ້ເສຍຂອງການເຮັດການຕະຫຼາດດວ້ຍ Email ແລ້ວເຈົ້າຂອງທຸລະກິດທຸກທ່ານຮ່ວມໄປເຖິງນັກການຕະຫຼາດທັ້ງຫຼາຍຍ່າລືມສຳຫຼວດສິ່ງທີກະທຳຢູ່ໃນຕອນນີ້ຮວ່ມໄປເຖິ່ງປັດຈຸບັນມີຄວາມສອດຄ່ອງ ຫຼື ຜົນຕອບຮັບໃນຮູບແບບຂອງ ທຸລະກິດແບບນີ້ນັ້ນດີ ຫຼື ບໍ່ ຖ້າຫາກຕ້ອງການນຳ ເຕັກນິກເຫຼົ່ານີ້ໄປປັບໃຊ້ໃຫ້ເກີດປະໂຫຍດກໍ່ຈະເປັນຜົນທີດີຕໍ່ທຸລະກິດຫຼາຍເຊັ່ນດຽວກັນ.

ແຕ່ທັງນີ້ກໍ່ຂື້ນກັບຢູ່ກັບຄວາມທະນັດ ແລະ ຮູບແບບໃນການກະທຳໂດຍສະເພາະເຕັກນິກທີບໍ່ຄືໃຜຂອງແຕ່ລະຄົນ ແຕ່ຍ່າລືມວ່າເປົ້າໝາຍຂອງການຕະຫຼາດນັ້ນຄືຕ້ອງການໃຫ້ທຸລະກິດເປັນທີ່ຮູ້ຈັກ ແລະ ປະສົບຄວາມສຳເລັດນັ້ນເອງ.