Google Maps ໄດ້ປ່ອຍຟີເຈີ for you ສຳຫລັບ iOS ແລ້ວ

 Google Maps ໄດ້ປ່ອຍຟີເຈີ for you ເຊິ່ງເປັນແທັບສຳລັບສະແດງລາຍການສະຖານທີ່ໃກ້ຄຽງທີ່ຫນ້າສົນໃຈ ຫຼັງຈາກທີ່ເປີດໃຫ້ໃຊ້ງານເທິງ Android ມາໄລຍະໜື່ງແລ້ວ ຫຼ້າສຸດ ຟີເຈີນີ້ນຳມາໃຊ້ເທິງ iOS ແລ້ວ.

 ແທັບ For You ຂອງ google maps ຈະເນັ້ນການສະແດງສະຖານທີ່ໃກ້ຄຽງທີ່ໜ້າສົນໃຈຕາມທີິ່ Google Maps ເລືອກໃຫ້ບໍ່ວ່າຈະເປັນຮ້ານອາຫານເປີດໃໝ່, ສະຖານທີ່ເປີດໃໝ່ທີ່ຄວນເຂົ້າໄປເບິ່ງ, ເມນູອາຫານທີ່ຄວນລອງ ເຊິ່ງຂໍ້ມູນຈະມາຈາກການນຳໃຊ້ຂອງບຸກຄົນ. ຟີເຈີ For You ຂອງ iOS ຈະປ່ອຍໃຫ້ຜູ້ໃຊ້ໃນ ກຸ່ມທຳອິດແມ່ນ 40 ປະເທດກອ່ນ ສ່ວນເທິງ Android ໄດ້ເພີ່ມປະເທດທີ່ຮອງຮັບໃຫ້ເປັນ 130 ປະເທດແລ້ວ