SEO ແມ່ນຫຍັງເປັນຫຍັງຕ້ອງເຮັດ

SEO ຫລື Search engine optimization ຄືຂະບວນການທີ່ພະຍາຍາມເພີ່ມ Traffic ທີ່ມີ ຄຸນນະພາບ ເຂົ້າສູ່ ເວັບໄຊ໌(ຂອງທ່ານ) ຈາກ Search Enigne ຕ່າງໆ ດ້ວຍວິທີການຕ່າງໆ ເພາະໂດຍປົກກະຕິແລ້ວເວັບໄຊ໌ທີ່ປາກົດຢູ່ໃນSearchEngine ໃນອັນດັບຕົ້ນໆມັກຈະຖືກຄິກຫລາຍກວ່າເວັບໄຊ໌ທີ່ຢູ່ເບື້ອງລຸ່ມ ຫລືຢູ່ໜ້າຖັດໄປ ໂດຍປົກກະຕິແລ້ວເປົ້າໝາຍການເຮັດ SEO ນັ້ນຢູ່ຫລາຍທີ່ ເຊັ່ນ Image Search, Video Search ແຕ່ທີ່ເຮົາໃຊ້ຫລາຍທີ່ສຸດຄື Web Search ນັ້ນເອງ ເວົ້າງ່າຍໆກໍຄື SEO ແມ່ນການເຮັດສົງຄາມລະຫວ່າງ WebMaster ທັງຫລາຍ ເພື່ອຍາດຕຳແໜ່ງ ຜົນລັບໃນການຄົນຫາຈາກ Search Engine ຊື່ດັງຕ່າງໆ ໂດຍມີ Keyword ເປັນອາວຸດນັ້ນເອງ

ການທີ່ຈະເຮັດໃຫ້ເວັບໄຊ໌ຂອງເຮົານັ້ນຂຶ້ນເປັນອັນດັບຕົ້ນໆ ໃນການຄົ້ນຫາຈາກ Search Engine ນັ້ນບໍ່ແມ່ນເລື່ອງຍາກ ແຕ່ເຮົາຕ້ອງອາໃສຄວາມພະຍາຍາມ ໂດຍຫລັກການທົ່ວໆໄປດັ່ງນີ້

ເລືອກ Domain Name ທີ່ກ່ຽວກັບເນື້ອຫາຂອງເວັບໄຊ໌ ຕົວຢ່າງຂອງເວັບໄຊ໌ທີ່ເລືອກ Domain Name ທີ່ກ່ຽວຂ້ອງກັບເນື້ອຫາຄື ICTLao Software Solution ເຊິ່ງໂຕເວັບກໍມີເນື້ອຫາກ່ຽວກັບ IT

ການອັບເດດເນື້ອຫາທີ່ສະໝ່ຳສະເໝີ ການອັບເດດເວັບໄຊ໌ຢູ່ເລື້ອຍໆ ຈະເຮັດໃຫ້ Search Engine ໄດ້ຮັບຂໍ້ມູນໃຫມ່ຂອງເວັບໄຊ໌ເຮົາເລື້ອຍໆໂດຍປົກກະຕິແລ້ວ

Search Engine ຈະມັກເວັບໄຊ໌ທີ່ມີການ ເພີ່ມເນື້ອຫາສະໝ່ຳສະເໝີ ຫລາຍກວ່າເວັບໄຊ໌ທີ່ບໍ່ມີການປ່ຽນແປງ

ແລກລິ້ງເຊື່ອມຕໍ່ກັບເວັບໄຊ໌ອື່ນໆ ທີ່ມີເນື້ອຫາກ່ຽວຂ້ອງກັນ ຂໍຍ້ຳວ່າຕ້ອງມີເນື້ອຫາກ່ຽວຂ້ອງກັນ ຖ້າບໍ່ຊັ້ນ Search Engine ຈະເບິ່ງວ່າເວັບໄຊ໌ທີ່ເຮົາລິ້ງໄປນັ້ນບໍ່ມີຄຸນນະພາບ ຫລືບໍ່ກ່ຽວຂ້ອງກັບເນື້ອຫາ ໃນເວັບໄຊ໌ທີ່ indexed ຢູ່ ສິ່ງນີ້ຈະເຮັດໃຫ້ເວັບໄຊ໌ຂອງເຮົາມີຄ່າຫລຸດລົງໃນສາຍຕາຂອງ Search Engine

ຢ່າມີແຕ່ເນື້ອຫາ ຖ້າມີເວລາ ທ່ານສາມາດ ອັບໂຫລດຮູບພາບ ປະກອບເນື້ອຫາເຂົ້າໄປນຳຈະດີຫລາຍ ເພາະຄົນທີ່ເຂົ້າເບິ່ງເວັບໄຊ໌ເຫັນໂຕໜັງສືຫລາຍໆ ຈະເລີ່ມເບື່ອ ມີຮູບພາບປະປົນນຳຄົນອ່ານຈະໄດ້ພັກສາຍຕາ ແຖມເວັບໄຊ໌ຂອງທ່ານອາດຈະມີໂອກາດໄປປາກົດໃນຜົນລັບການຄົ້ນຫາຮູບພາບຂອງ Search Engine ອີກດ້ວຍ ຈຶິ່ງເປັນສອງທາງ ແນ່ນອນລວມເຖິງການອັບໄຟລ໌ວີດີໂອນຳ ຖ້າເຮັດຄົບໄດ້ຈະດີຫລາຍ