ຂ່າວດີສຳລັບ ຄົນມັກ Shopping Online

ລ່າສຸດ Amazon ໄດ້ເປີດໂຕ AI, ປັນຍາປະດິດ(Artificial intelligence) ຫຼື ເວົ້າແບບເຂົ້າໃຈງ່າຍກະຄືການຄົ້ນຫາດ້ວຍຮູບພາບ ທີ່ຊ່ວຍໃຫ້ລູກຄ້າຄົ້ນຫາຊຸດແຟຊັນທີ່ຕ້ອງການໄດ້ງ່າຍຂຶ້ນ, ມີຄວາມສະດວກສະບາຍ ແລະ ວ່ອງໄວທັນໃຈ ສຳລັບນັກຊື້ທັງຫລາຍ.

Amazon ເວັບໄຊສ໌ຂາຍເຄື່ອງອອນໄລນ໌ທີ່ມີຊື່ສຽງລະດັບໂລກທີ່ທຸກຄົນໜ້າຈະຮູ້ຈັກດີໂດຍເຄື່ອງທີ່ Amazon ຂາຍນັ້ນມີຫຼາກຫຼາຍ ບໍ່ວ່າຈະເປັນ ວີດິໂອເກມ, ເຟີນິເຈີ, ເສຶ້ອຜ້າ ລວມໄປເຖິງ ອຸປະກອນທາງດ້ານເຕັກໂນໂລຢີຕ່າງໆ. ດັ່ງນັ້ນ, ຈຶ່ງບໍ່ໜ້າແປກໃຈເລີຍທີ່ຈະໄດ້ຮັບຄວາມນິຍົມເປັນຢ່າງຫຼວງຫຼາຍໃນປັດຈຸບັນ.

ຮູບພາບປະກອບ

ເຊິ່ງເມື່ອບໍ່ດົນມານີ້ Amazon ໄດ້ເປີດໂຕ AI(ປັນຍາປະດິດ) ທີ່ສາມາດຄົ້ນຫາຊຸດແຟຊັນໂດຍໃຊ້ວິທີການ “Style Snap  ” ເຊິ່ງເຮັດໃຫ້ຜູ້ທີ່ຕ້ອງການເສຶ້ອຜ້າທີ່ຕົນເອງສົນໃຈ ອັບໂຫຼດຮູບເຂົ້າໃນລະບົບຂອງ Amazon ຫຼັກການເຮັດວຽກຈະ ຄ້າຍໆ ກັບ ການຄົ້ນຫາດວ້ຍຮູບພາບຂອງ Google.

ໂດຍ AI ຈະນຳເອົາຮູບພາບໃນລະບົບມາປຽບທຽບກັບຮູບພາບທີ່ອັບໂຫຼດເຂົ້າໄປ ແລ້ວນຳຜົນມາສະແດງໃຫ້ກັບຜູ້ຊື້ ເຊິ່ງຜົນທີ່ອອກມາຈະໃກ້ຄຽງກັບຮູບພາບທີ່ອັບໂຫຼດຫຼາຍທີ່ສຸດ ເຊິ່ງເອີ້ນໄດ້ວ່າເປັນຕົວເລືອກທີ່ໜ້າສົນໃຈສຳລັບສາວໆ ຫລື ຜູ້ທີ່ມັກຊື້ເຄື່ອງອອນໄລນ໌ທັງຫຼາຍ ທີ່ຈະຊວ່ຍໃຫ້ການຄົ້ນຫາສິ່ງທີ່ຕ້ອງການໄດ້ງ່າຍຂຶ້ນກ່ວາເກົ່າ.

ແນວໃດກໍຕາມໃນອານາຄົດ ເຮົາອາດຊິໄດ້ໃຊ້ຕົວເລືອກທີ່ເປັນແບບນີ້ ໃນບັນດາຮ້ານຄ້າອອນໄລນ໌ບ້ານເຮົາ ຫລື ບັນດາເວັບໄຊສ໌ດັງໆ ຢ່າງ Lazada, Shopee… ອາດຈະເພີ່ມເຂົ້າໃນລະບົບໄວໆນີ້ກໍ່ເປັນໄດ້ ເຊິ່ງຍັງຕ້ອງຕິດຕາມກັນຕໍ່ໄປ.