ຂັ້ນຕອນຂອງການຮັບບໍລິການ

ຂັ້ນຕອນທີ1:  ຕິດຕໍ່ວຽກງານໄດ້ຫຼາຍຊ່ອງທາງເຊັ່ນ:

ຂັ້ນຕອນທີ2: ທາງທີມງານຈະສອບຖາມລາຍລະອຽດກ່ຽວກັບເວັບໄຊ໌ທີ່ລູກຄ້າຕ້ອງການໃຫ້ສ້າງ ເພື່ອໃຫ້ທາງລູກຄ້າຈັດຕຽມສະຫຼຸບຂໍ້ມູນມາໃຫ້ທາງເຮົາໃນຂັ້ນຕໍ່ໄປຄື:

  • concept ຂອງເວັບໄຊ໌ທີ່ຕ້ອງການ ເຊັ່ນວ່າ: ເຮັດກ່ຽວກັບຫຍັງ ແລະ ເນັ້ນ design ໄປທາງໃດ.
  • ຮູບແບບເວັບໄຊ໌ຕົວຢ່າງທີ່ມັກ (ຖ້າມີ).
  • ເມນູຫຼັກທີ່ຕ້ອງການ, ແຕ່ລະເມນູ ຕ້ອງການໃຫ້ມີລາຍລອຽດແນວໃດແດ່(ແບບຄ່າວໆ).
  • ເວັບໄຊ໌ໜ້າທຳອິດຕ້ອງການໃຫ້ມີຫຍັງແດ່ ເຊັ່ນ: ຄຳບັນຍາຍ ຫຼື ຮູບພາບ
  • ທີ່ຕ້ອງການນຳມາໃສ່ໃນໜ້າທຳອິດ ລວມຮອດການຈັດຮຽງໜ້າເວັບ.
  • ໂທນສີທີ່ຕ້ອງການ( ໂທນສີຫຼັກ 1 ສີ ແລະ ຂໍສີທີ່ຕ້ອງການ 2 ສີ).

* ຂັ້ນຕອນຂອງການຕຽມຂໍ້ມູນເພື່ອໃຊ້ໃນການລົງໃນເວັບໄຊ໌ມີດັ່ງນີ້:

  • ຂໍ້ມູນ ແລະ ຮູບພາບສິນຄ້າຈຳນວນບໍ່ເກີນ 20 ລາຍການ.
  • Keyword ໃນການຄົ້ນຫາສິນຄ້າຂອງທ່ານຢູ່ Google ເຊັ່ນ ຊື່ກິດຈະການ, ຊື່ສິ້ນຄ້າ, ຫຼື ການບໍລິການ ເປັນຕົ້ນ.

* ຂໍ້ມູນສິນຄ້າ ສຳຫຼັບລົງຢູ່ເວັບໄຊ໌

  • ລາຍລະອຽດສິນຄ້າ ຈະຕ້ອງປະກອບໄປດ້ວຍ ໝວດສິນຄ້າ, ຊື່ສິນຄ້າ, ລາຄາ ຫຼື ຄຳອະທິບາຍ.
  • ຕຽມຂໍ້ມູນສຳຫຼັບນຳລົງໃນຫົວຂໍ້ຕ່າງໆເທີງເວັບໄຊ໌.

ຂັ້ນຕອນທີ3:  ສະຫຼຸບ,ແຈ້ງລາຄາ ແລະ ຊຳລະເງີນ ເພື່ອຢືນຢັນການຈ້າງງານ

  • ໃນການຄິດໄລ່ຄ່າບໍລິການ ມີຄ່າໃຊ້ຈ່າຍທີ່ທາງລູກຄ້າຕ້ອງໄດ້ຊຳລະຄື:
    • ເວັບໄຊ໌ເລີ່ມຕົ້ນ 200  $
    • ຄ່າເຊົ່າ Domain ແລະ ພື້ນທີ່ ມີແບບຕໍ່ເດືອນ ແລະ ຕໍ່ປີ ( ທາງເຮົາຈະແນະນຳໃຫ້ລູກຄ້າເລືອກເອງ )
    • ກໍລະນີລູກຄ້າຕ້ອງການລູກຫຼິ້ນໃນເວັບໄຊ໌ເພີ່ມເຕີມ ທາງລູກຄ້າຕ້ອງໄດ້ເສຍຄ່າບໍລິການເພີ່ມຕາມຄວາມຍາກງ່າຍ ແລະ ປະລິມານຂອງລູກຫຼິ້ນນັ້ນໆ.
  • ຫຼັງຈາກໄດ້ລາຍລະອຽດແລ້ວທາງທີມງານຈະສະຫຼຸບທັງໜ້າງານ ແລະ ລາຄາເພື່ອຕົກລົງກັນ. ຫຼັງຈາກນັ້ນໃຫ້ທາງລູກຄ້າຊຳລະເງີນມັດຈຳ ຈຳນວນ 30% ຂອງລາຄາເວັບໄຊ໌ເລີ່ມຕົ້ນ. ສາມາດຊຳລະຕາມຊ່ອງທາງທີ່ສະດວກ, ເມື່ອທີມງານໄດ້ຮັບເງີນມັດຈຳດັ່ງກ່າວແລ້ວ ຈະຕິດຕໍ່ກັບຫາລູກຄ້າ ແລະ ເລີ່ມງານທັນທີ.